ເຮົາຈະຍອມຮັບນັບຖືຖ້ອຍຄຳໃດໆວ່າເປັນ “ຄຳວິຈານ“ ກໍ່ຕໍ່ເມື່ອຖ້ອຍຄຳນັ້ນໆ ເກີດຈາກການ
ວິພາກວິຈານດ້ວຍການໃຊ້ “ວິຈາຣະນະຍານ“ ມາແລ້ວເປັນຢ່າງດີ (ເພາະຄຳວິຈານຣະນາຍານນີ້ໝາຍເຖິງການໃຊ້ປັນຍາພິນິດວິເຄາະຢ່າງນ້ອຍກໍ່ມີເຫດຜົນ ບໍ່ແມ່ນການໃຊ້ອາຣົມ) ແລະຄົນທີ່ຈະໃຊ້ວິຈາຣະນາຍານໄດ້ເປັນຢ່າງດີຢ່າງນ້ອຍກໍ່ຕ້ອງມີອົງຄວາມຮູ້ໃນເລື້ອງທີຕົນວິຈານນັ້ນຫຼາຍພໍສົມຄວນ ຫຼືຫຼາຍທີ່ສຸດໃນວົງການນັ້ນ ກໍ່ໄດ້ຖ້າລຸງສາປ້າສີມາບອກວ່າວຽກງານຂອງເຮົາເປັນວຽກງານທີດີທີ່ສຸດເຮົາກໍ່ບໍ່ຄວນ ດີໃຈຫຼືຊື່ນໃຈ ເພາະນັ້ນເປັນການສະແດງຄວາມເຫັນຈາກພື້ນຖານ ຂອງອົງຄວາມຮູ້ບໍ່ແມ່ນຈາກການ ຊ່ຽວຊານ ຖ້າເຮົາໄປຫຼົງເພີດເພີນກັບຖ້ອຍຄຳຂອງຄົນເຫຼົ່ານັ້ນຈະທຳໃຫ້ເຮົາບໍ່ເກັ່ງແທ້ດີແທ້ບໍ່ຮູ້ຈັກສັກຍະພາບທີແທ້ຈິ່ງຂອງຕົນເອງ ຄຳຊົມຈາກຄົນທີ່ບໍ່ຮູ້ຈັກຄວາມຈິ່ງນັ້ນເປັນພຽງສາຍລົມເຢັນພັດຜ່ານທີ່ບໍ່ມີຕົວຕົນອັນໃດເລີຍຈະເອົາເປັນແກ່ນສານອັນໃດບໍ່ໄດ້ ເຊັ່ນດຽວກັນກັບລຸງສາປ້າສີມາບອກອີກວ່າວຽກງານຂອງເຮົາບໍ່ໄດ້ຄຸນນະພາບມາດຕະຖານເຮົາກໍ່ບໍ່ຄວນໝົດກຳລັງໃຈ.
ທັງນີ້ກໍ່ດ້ວຍເຫດຜົນດຽວທີ່ກ່າວມາແລ້ວຈະຍົກຍ້ອງຫຼືວິຈານຈາກຄົນອື່ນ ທີ່ບໍ່ຮູ້ຈິ່ງກໍ່ເຊັ່ນກັນ ເຮົາບໍ່ຄວນຖືເອົາເປັນປະມານຫຼືຄຸນນະພາບ (ບໍ່ໝາຍຄວາມວ່າບໍ່ໃຫ້ຟັງ ຟັງໄດ້ກໍ່ດີເຊັ່ນກັນ ແຕ່ຢ່າເສຍເວລາໃຫ້ຄວາມສຳຄັນຫຼາຍເກີນໄປ) ຖ້ອຍຄຳຂອງຄົນເຫຼົ່ານີ້ ທີ່ຈິ່ງກໍ່ເປັນໄດ້ແຕ່“ຄວາມເຫັນ“ເປັນຄວາມຄິດເຫັນເອົາເປັນສິ່ງຢັ້ງຢືນບໍ່ໄດ້ເພາະວ່ານັ້ນເປັນພຽງຄວາມຄິດ (ຈະຄິດຕ້ອງມີວິທີຄິດມີຫຼັກເກນ ບໍ່ແມ່ນມີປາກກໍ່ກ່າວອອກໄປ ຄົນໃດຖາມອັນໃດກໍ່ໃຫ້ຄວາມເຫັນໄດ້ໝົດ ທັງໆ ທີ່ຍັງບໍ່ເຄີຍສຶກສາເລື່ອງນັ້ນມາກ່ອນເລີຍ) ເຂົາເຫັນວ່າໜ້າຈະເປັນແບບນັ້ນ ມັນໜ້າຈະເປັນແບບນີ້ ແລ້ວກໍ່ເປັ່ງວາຈາອອກໄປຕາມທີຕາເຫັນຫຼືຕາມອາຣົມຮູ້ສຶກຂອງເຂົາກໍ່ເທົ່ານັ້ນເອງ.
ຖ້າເຮົາໄປງ່ຽງຫູຟັງຄຳເວົ້າ ວິຈານຂອງຄົນເຫຼົ່ານັ້ນທຸກຢ່າງຊີວິດນີ້ອາດຜິດພາດຄັ້ງແລ້ວຄັ້ງເລົ່າ ເພາະເຂົາສະແດງຄວາມຄິດເຫັນຂອງເຂົາເທົ່ານັ້ນ ຊຶ່ງເຈົ້າຄວາມເຫັນ (ສິ່ງນີ້ບໍ່ກ່ຽວກັບຄວາມຮູ້) ຖ້າເຮົາໄປຖາມເດັກນ້ອຍອາຍຸປະມານ 7-8 ປີເຂົາກໍ່ສະແດງຄວາມເຫັນໄດ້ເຊັ່ນກັນ ການອອກຄວາມເຫັນນັ້ນງ່າຍກ່ວາກົດຣິໂມດສະອີກ.
ຖ້າໄດ້ຍິນໄດ້ຟັງຖ້ອຍຄຳອັນເປັນຄວາມເຫັນ(ບໍ່ເຖິງຂັ້ນວິຈານ)ຈາກຄົນເຫຼົ່າໃດເຫຼົ່າໜຶ່ງຂໍໃຫ້ຖືຄະຕິດັ່ງພຣະພຸທະທາດພິກຂຸກໍ່ໄດ້ເມື່ອມີຄົນກ່າວຫາວ່າທ່ານດ້ວຍສາຣະພັດຂໍ້ຫາຕ່າງໆເຊັ່ນ:ບາງຄົນຫາວ່າທ່ານເປັນພຣະບ້າ ພຣະນອກຮີດ ເດຍຣະສານບ້າຄວມມູນນິດໆ ເມື່ອມີຄົນໄປຖາມທ່ານວ່າເປັນຫຍັງ ຈຶ່ງບໍ່ຕອບໂຕ້ສຽງວິພາກວິຈານຈາກຄົນເຫຼົ່ານັ້ນລະ ທ່ານຫົວເລາະມີອາຣົມກໍ່ຕອບວ່າ “ເລື່ອງຂອງໝາເຫົ່າຕີນຊ້າງຢ່າໄປສົນໃຈເລີຍ.
ລອງຄິດເສຍວ່າຕົວທ່ານເອງ ເປັນຊ້າງຫຼືເປັນໝາຖ້າປຽບໃສ່ເຮົາເອງພວກເຮົາກໍ່ຈະຮ້າຍໂກດ ຫຼື ຄຽດ ແຕ່ນີ້ສະແດງໃຫ້ເຫັນວ່າເປັນເລື່ອງໜ້າຫົວໜ້າຄິດກໍ່ໄດ້ ມາອ່ານຫຼືວິທີຮັບມືກັບຄຳວິຈານຈາກພຣະ ພຸດທະເຈົ້າກັນເບິ່ງ ພຣະພຸດທະເຈົ້າເຄີຍຖືກກ່າວຫາ ເຄີຍຖືກນິນທາ (ຕິ-ຊົມ) ເຄີຍຖືກຄົນນັບພັນຕັ້ງ ໜ້າຕັ້ງຕາດ່າເປັນເວລາເຈັດມື້ເຈັດຄືນມາແລ້ວ ແຕ່ພຣະອົງກໍ່ຜ່ານມາໄດ້ດ້ວຍດີ ບໍ່ຫວັ່ນໄຫວວິທີຮັບມືກັບຄຳວິຈານຕາມຫຼັກພຸດທະສາດສະໜານັ້ນບໍ່ຍາກແລະບໍ່ຊັບຊ້ອນ ສະຫຼຸບແລ້ວເປັນສູດກໍ່ໄດ້.
1/ ຕ້ອງຮູ້ໃຫ້ເທົ່າທັນຄຳນິນທາ(ຕິ-ຊົມ/ວິຈານ/ສັນຣະເສີນ)ເປັນໂລກກະທັມແປດ“ທີ່ມີຢູ່ປະຈຳໂລກບໍ່ມີຜູ້ໃດລີກລຽງໂລກກະທັມແປດນີ້ໄດ້ ດັ່ງຄົນທີ່ເດີນຢູ່ ກາງສາຍຝົນເຖີງຢ່າງໃດມັນກໍ່ປຽກ ບໍ່ປຽກໜ້ອຍກໍ່ປຽກຫຼາຍ ຖ້າເຮົາແຂ່ງດົນໆ ສາຍຝົນກໍບໍ່ເຮັດໃຫ້ເຮົາລະລາຍໄດ້ ແຕ່ຖ້າເຮົາອ່ອນໄຫວໄປຕາມສາຍຝົນດັ່ງແຫ່ງຄຳວິຈານ ເຮົາອາດເປັນຫວັດຫຼືບາງທີອາດລົ້ມໝອນນອນເຊືອໄດ້ເຊັ່ນກັນ ມີພຣະພຸດທະພາສິດຕັດໄວ້ວ່າ:“ນັດຖິໂລເກອະນິນທິໂກ“ແປວ່າຄົນທີບໍ່ຖືກນີນທາຍ່ອມບໍ່ມີໃນໂລກ ເຮົາເກີດມາໃນໂລກເຖິງ ຢ່າງໃດກໍ່ຖືກນີນທາ(ຕິ-ຊົມ) ຢູ່ແລ້ວບໍ່ຊ້າກໍ່ໄວ ບໍ່ວັນໃດກໍ່ວັນໜຶ່ງມັນມາເຖິງຕົວເຮົາແນ່ນອນຮູ້ໃຫ້ເທົ່າທັນສັດຈະທຳຂໍ້ນີ້ໄວ້ເຖີດ.
2/ ພຣະອົງປຽບຕົວທ່ານເອງວ່າ ເປັນເໝືອນພະຍາຊ້າງສານກ້າວລົງສູ່ສົງຄາມ ຍ່ອມທໍາໃຈຕຽມພ້ອມລ່ວງໜ້າວ່າຈະມີຫອກດາບແຫຼມຫຼາວຍິງມາຈາກສາຣະທິດຈະລີກລຽງໃຫ້ພົ້ນ ຈາກສາຕາວຸຕເຫຼົ່ານີ້ເປັນເລື່ອງສຸດວິໄສ ທາງທີດີທີ່ສຸດ ຢ່າງໃດກໍ່ລົງສູ່ກາງສະມໍຣະພູມແລ້ວ ເຮົາຕ້ອງຖືກສາຕາອາວຸຕຢ່າງໃດຢ່າງໜຶ່ງແນ່ນອນ ເພາະສະນັ້ນເຮົາຕ້ອງຝຶກ“ອົດທົນ “ຕໍ່ສາຕາອາວຸຕເຫຼົ່ານັ້ນໃຫ້ໄດ້ ໃນພາສາບາລີທ່ານປຽບປາກຄົນວ່າເປັນເໝືອນ“ປາຍຫອກ“ເພາະປາກຄົນນທັດແທງໃຈຄົນພໍໆ ກັບຫອກທີສຽບແທງຮ່າງກາຍ ແຕ່ຖ້າເຮົາມີນໍ້າອົດນໍ້າທົນມີໃຈບໍ່ຫວັ່ນໄຫວເສຍກ່ອນ ເຮົາຕ້ອງເອົາຕົວລອດຜ່ານຜ່າສະມໍຣະ ພູມຈົນໄດ້ ດັ່ງຄົນປ່ວຍເລື້ອຍໆຮ່າງກາຍຈະສ້າງພູມຕ້ານທານໂລກຂື້ນມາໂດຍອັດຕະໂນມັດຂໍໃຫ້ຖືຄະຕິໄວ້ຂໍ້ໜຶ່ງວ່າ “ຄວາມອົດທົນເຮັດໃຫ້ຄົນເປັນຄົນດີອົດທົນເຖີງທີ່ໄດ້ດີທຸກຄົນ“.
3/ ຕອນໜຶ່ງມີພາມໄປຕາມດ່າພຣະພຸດທະເຈົ້າເຖິງວັດ ພຣະອົງກໍ່ປ່ອຍໃຫ້ພາມຄົນນັ້ນດ່າຈົນສົມໃຈ ເມື່ອພາມຄົນນັ້ນໝົດແຮງດ່າແລ້ວ ພຣະອົງກໍ່ຊົງຍີ້ມແຍ້ມສອດດ້ວຍພຣະເມດຕາແລ້ວຊົງເລົ່ານິທານ ປັດຊະຍາ ໃຫ້ພາມຄົນນັ້ນຟັງເລື່ອງໜຶ່ງ ຊົງເລົ່າວ່າ ຫາກມີໃຜກໍ່ຕາມມາຢຽມຢາມເຮົາເຖີງບ້ານ ເຮົາຍິນດີຕ້ອນຮັບ ຫາເຂົ້າຫານ້ຳອອກມາຕ້ອນຮັບແຂກຢ່າງພໍໃຈແລ້ວຖ້າແຂກຄົນນັ້ນບໍ່ຮັບປະທານສິ່ງໃດເລີຍປະ ຕິເສດວ່າເຂົາຮັບປະທານມຮຽບຮ້ອຍແລ້ວ(ກິນອີ່ມແລ້ວ) ເມື່ອແຂກກັບໄປສຳລັບເຂົ້າແລະນ້ຳຈະຕົກເປັນຂອງໃຜ…? ພາມໄດ້ຊົງຕອບວ່າສຳລັບເຂົ້າແລະນ້ຳນັ້ນອາດຈະຕົກເປັນເຈົ້າຂອງບ້ານລະນໍ! ຊົງສະຫຼຸບ ວ່າ ພຣະອົງກໍ່ເຊັ່ນດຽວກັນ ກໍ່ເໝືອນແຂກຄົນນັ້ນ ທີ່ບໍ່ຍອມຮັບປະທານອາຫານແລະນ້ຳຂອງເຈົ້າຂອງບ້ານເພາະສະນັ້ນ ພາມເອີຍເຊີນທ່ານຍົກສຳລັບຂອງທ່ານຄືນໄປເຖີດ “ເມື່ອເຮົາບໍ່ຮັບເສຍແລ້ວຂອງທີ່ເຂົາຍືນມາກໍ່ຕົກເປັນຂອງເຂົາຢູ່ວັນຍັງຄໍ່າຫັນລະ.
4/ ເຮົາຄວນຫັດເບິ່ງໂລກໃນແງ່ດີ ຄິດເບິ່ງວ່າຄົນທີ່ເສຍສະຫຼະວິຈານເຮົານັ້ນ ເຂົາເປັນຄູຜູ້ຊີ້ຂຸມສັບໃຫ້ກັບເຮົາລອງງຽງຫູຟັງໃຫ້ດີເຖີດ ໃນຖ້ອຍຄໍາຂອງເຂົາບາງທີກໍ່ມີເພັດພອຍທາງປັນຍາຊ້ອນຢູ່ເຊັ່ນກັນ ຄວນນຶກອານຸໂມທະນາ(ຂອບໃຈ) ທີ່ເຂົາອົດສາເສຍສະຫຼະມາສົນໃຈໃນວຽກງານຂອງເຮົາ ຖ້າວຽກງານຂອງເຮົາບໍ່ມີສິ່ງໃດເດັ່ນທ້າທາຍເສຍແລ້ວ ຄົນເຫຼົ່ານັ້ນບໍ່ເສຍເວລາມາເວົ້າເຖີງດອກ….!

ไม่มีความคิดเห็น:
แสดงความคิดเห็น